• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຍິນດີນຳ ຍີ່ປຸ່ນ ປາບ ແຊ້ມເກົ່າ ອີຣານ 3-2 ຄອງແຊ້ມ ຟຸດຊໍລຊາຍ ຊິງແຊ້ມອາຊີ ສະໄໝທີ 4

ການແຂ່ງຂັນຟຸດຊໍລຊາຍ ຊິງແຊ້ມອາຊີ 2022 ທີ່ປະເທດຄູເວດ ເປັນເຈົ້າພາບ ໃນລະຫວ່າງວັນທີ 27 ກັນຍາ – 8 ຕຸລາ 2022 ຮອບຊິງຊະນະເລີດຄັ້ງນີ້ ເປັນການພົບກັນລະຫວ່າງ ອີຣານ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 12 ສະໄໝ ເບີ 1 ຂອງທະວີບ ດວນກັບ ຍີ່ປຸ່ນ ແຊ້ມ 3 ສະໄໝ ຮອງແຊ້ມຄັ້ງຜ່ານມາ ເບີ 2 ຂອງທະວີບ, ພົບກັນໃນຮອບຊິງລາຍການນີ້ ເປັນຄັ້ງທີ 8 ເຊິ່ງ 7 ຄັ້ງ ຜ່ານມາ ອີຣານ ຊະນະ 6 ຍີ່ປຸ່ນ ຊະນະ 1.

ການພົບກັນຄັ້ງນີ້ ທັບຊາມູໄຣ ກຽມຕົວມາດີ ເຖິງວ່າຖືກນຳກ່ອນ ນາທີ 15′ ແຕ່ພິກແຊງ 3 ປະຕູ ນາທີ 16′, 27′ ແລະ 40′ ແຊ້ມເກົ່າ ພະຍາຍາມຮຶດສູ້ແຕ່ແກ້ໄດ້ພຽງໜຶ່ງປະຕູ ຈົບເກມ ທັບຊາມູໄຣ ທີມຊາດຍີ່ປຸ່ນ ຊະນະ ອີຣານ ແບບຫວຸດວິດ 3-2 ຄວ້າແຊ້ມເປັນສະໄໝທີ 4 ຕໍ່ຈາກປີ 2014. ຂະນະທີ່ ການຊິງອັນດັບທີ 3 ທີມຊາດໄທ ແຊ້ມອາຊຽນ ອັນດັບ 3 ຂອງອາຊີ ອຸສເບກິສຖານ ທີ 4 ຂອງທະວີບ 2-8 ອຸສເບກິສຖານ ໄດ້ອັນດັບທີ 3 ສອງຄັ້ງຕິດຕໍ່ກັນ.

ສຳລັບລາງວັນ ດາວຍິງສູງສຸດ ຟຸດຊໍລຊາຍ ຊິງແຊ້ມອາຊີ 2022 ເປັນຂອງ ຮັອສເຊນ ເຕເຢບີ້ ຈາກອີຣານ ລວມ 10 ປະຕູ, ລາງວັນນັກເຕະດີເດັ່ນ ຫລື MVP ໄດ້ແກ່: ໂມສເລມ ໂອລາດໂກບາດ ຈາອີຣານ ແລະ ລາງວັນຜູ້ຮັກສາປະຕູດີເດັ່ນເປັນຂອງ ຈິວເຮີເມ່ ຄູໂຣໂມໂຕະ ຈາກຍີ່ປຸ່ນ.

Photo: AFC

Leave a Reply

Your email address will not be published. Required fields are marked *