• Sat. May 27th, 2023

Lao Sport Update

ຮອບດ້ານວົງການກິລາ

ດີໃຈນຳນ້ອງພອນໄຊ ແກ້ວມະນີບອງ ຄວ້າໃບປະກາດແດງຊັ້ນມັດທະຍົມ

ByAdmin S

Aug 30, 2022

ມື້ນີ້ມີຂ່າວດິອີກແລ້ວ ລູກຫຼານຊາວເມືອງກະລືມ ແຂວງເຊກອງ ມາຄວ້າໃບປະກາດແດງຊັ້ນ ມັດທະຍົມທີ່ນະຄອນຫຼວງວຽງຈັນ ເປັນການປູພື້ນທີ່ດີໃຫ້ນ້ອງໄດ້ກ້າວເດີນສູ່ນາມສະກຸນໃໝ່ຈາກນັກຮຽນສູ່ນັກສຶກສາດ້ວຍຄວາມໝັ້ນໃຈຫຼາຍຂຶ້ນ.

ນັ້ນຄືທ້າວ ພອນໄຊ ແກ້ວມະນີບອງ ທີ່ໄດ້ຈົບຫລັກສູດສາມັນສຶກສາ ໃນສົກຮຽນ 2021-2022 ທີ່ໂຮງຮຽນ ມສ ວຽງຈັນ ດ້ວຍການສ້າງຜົນງານທີ່ດີເລີດໃຫ້ກັບໂຮງຮຽນ ແລະ ຕົນເອງ.

ຜົນການສອບເສັງຂອງທ້າວ  ພອນໄຊ ແກ້ວມະນີບອງ ໄດ້ຮັບຄະແນນ ດີເລີດ 9 ຂຶ້ນໄປທຸກວິຊາ ຜົນຄະແນນ 5 ວິຊາໄດ້ຄະແນນສະເລ່ຍ 46,80 ນ້ອງຈິ່ງກາຍເປັນຜູ້ໜຶ່ງທີ່ໄດ້ຮັບຮັບ ປະກາສະນີຍະບັດ ຊັ້ນມັດທະຍົມສຶກສາ ຕອນປາຍດີເລີດ ຫຼື ເອີ້ນວ່າ ໃບປະກາດແດງ ນັ້ນຖືວ່າເປັນການສ້າງຜົນງານ ແລະ ຊື່ສຽງໃຫ້ແກ່ ໂຮງຮຽນ ມສ ວຽງຈັນ ແລະ ຊາວເມືອງກະລຶມ ແຂວງເຊກອງ.


ນ້ອງເປັນຄົນພື້ນຖານຢູ່ບ້ານຕີນ ເມືອງກະລຶມ ແຂວງເຊກອງມາຮຽນຢູ່ ມສ ວຽງຈັນ ນະຄອນຫຼວງວຽງຈັນ.

ສຳລັບ ມສ ວຽງຈັນ ໃນສົກຮຽນ 2021-2022 ແມ່ນມີນັກຮຽນທີ່ໄດ້ປະກາສະນີຍະບັດແດງທັງໝົດຈຳນວນ 10 ນ້ອງ ໃນນັ້ນຢູ່ ຊັ້ນ ມ.4 ຈຳນວນ 1 ນ້ອງ ແລະ ຊັ້ນ ມ.7 ຈຳນວນ 9 ນ້ອງ ນອກຈາກໃບປະກາດແດງແລ້ວ ນ້ອງນັກຮຽນ ຈຳນວນ 411 ນ້ອງ ທີ່ໄດ້ຮັບໃບຍ້ອງຍໍ ເກັ່ງຮອບດ້ານ ຄະແນນ ບໍ່ຫຼຸດ 7 ທຸກວິຊາ.

 

Leave a Reply

Your email address will not be published. Required fields are marked *