• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ບານເຕະຍິງ ບານເຕະແຫ່ງຊາດ 2022 ລະເບີດຄວາມມັນເລີ່ມວັນອາທິດນີ້

ໃນຕອນເຊົ້າຂອງວັນທີ 8 ຕຸລາ 2022 ທີ່ຫ້ອງປະຊຸມຊັ້ນ 3 ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີທີຖະແຫຼງຂ່າວຄວາມພ້ອມກ່ອນການແຂ່ງຂັນບານເຕະຍິງ ໂດຍມີຫົວໜ້າຄູຝຶກຂອງແຕ່ລະທີມເຂົ້າຮ່ວມເປັນຕົ້ນແມ່ນ ຄູຝຶກທີມບານເຕະຍິງແຂວງໄຊຍະບູລີ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຈໍາປາສັກ ກໍໄດ້ລາຍງານຄວາມພ້ອມຂອງແຕ່ລະທີມ ແລະ ເປົ້າໝາຍລາຍລະອຽດເບິ່ງຄລິບລຸ່ມນີ້:

ສໍາລັບ ການແຂ່ງຂັນບານເຕະປະເພດທີມຍິງມີ 9 ທີມເຂົ້າຮ່ວມເລີມແຂ່ງຂັນລະຫວ່າງວັນທີ 8 ຫາ 21 ຕຸລາ 2022 ໂດຍແບ່ງເປັນສອງສາຍຄື:
– ສາຍ ກ ມີ: ແຂວງຈໍາປາສັກ, ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ, ແຂວງ ວຽງຈັນ ແລະ ແຂວງ ໄຊຍະບູລີ
– ສາຍ ຂ ປະກອບມີ: ແຂວງ ສະຫວັນນະເຂດ, ແຂວງ ບໍລິຄໍາໄຊ, ແຂວງ ອຸດົມໄຊ ແລະ ແຂວງ ຊຽງຂວາງ

ໂດຍຈະຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມຜ່ານເຂົ້າຮອບ 4 ທີມສຸດທ້າຍ, ສ່ວນຕາຕະລາງແຂ່ງຂັນນັດທໍາອິດແຂ່ງຂັນວັນທີ 9 ຕຸລ 2022 ດັ່ງນີ້:
-ແຂວງຈໍາປາສັກ ພົບ ແຂວງວຽງຈັນ ເວລາ 16:00 ໂມງແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ ( ສະໜາມໃນ )

-ນະຄອນຫຼວງວຽງຈັນ ພົບກັບ ແຂວງຫຼວງພະບາງ ເວລາ 16:00 ໂມງແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ )

Leave a Reply

Your email address will not be published. Required fields are marked *