ກ່ອນໜ້ານີ້ ສະຫະພັນບານເຕະແຫ່ງຊາດລາວ ຂໍເຊີນຊວນ ນັກຮຽນ-ນັກສຶກສາ ແລະ ປັນຍາຊົນທົ່ວໄປ ສົ່ງຜົນງານເຂົ້າຮ່ວມການປະກວດແຂ່ງຂັນອອກແບບ ກາໝາຍສັນຍາລັກ (Logo ) ” ການແຂ່ງຂັນກິລາບານເຕະແຫ່ງຊາດ ປະຈຳປີ 2022 LFF NATIONAL FOOTBALL CHAMPIONSHIP 2022 ” , ເປັນລາຍການແຂ່ງຂັນທີ່ມີທີມເຂົ້າຮ່ວມຈາກບັນດາແຂວງທົ່ວປະເທດ.
ສຳລັບ ຫລັກການ ແລະ ເງື່ອນໄຂ ຂອງຮູບແບບ ຂອງການສັນຍາລັກມີດັ່ງນີ້: ໂລໂກ້ຕ້ອງມີຄວາມເປັນເອກະລັກຂອງລາວ, ບໍ່ລອກແບບລິຂະສິດຂອງຜູ້ອື່ນ , ໂລໂກຕ້ອງສື່ເຖີງຄວາມເປັນລາວ ແລະ ໂລໂກ້ທີ່ໄດ້ຮັບລາງວັນຈະເປັນລິຂະສິດຂອງ ສະຫະພັນບານເຕະແຫ່ງຊາດລາວ.
ຜູ້ຫນຶ່ງສາມາດສົ່ງຜົນງານເຂົ້າປະກວດ ໄດ້ຫລາຍແບບ, ກຳນົດເວລາ ການປະກວດ ໃຫ້ສົ່ງຜົນງານການອອກແບບຕັ້ງ ແຕ່ວັນທີ 23/09/2022 ຈົນເຖິງ ວັນທີ 30/09/2022 ແລະ ຈະມີການປະກາດຜົນການຕັດສິນ ໃນວັນທີ 03/10/2022. ຜູ້ທີ່ຊະນະການປະກວດໂລໂກ້ຈະໄດ້ຮັບລາງວັນ 3.000.000 ກີບ ແລະ ຈະໄດ້ໂອກາດຝືກງານກັບພາກສ່ວນການຕະຫຼາດ(MKTG Sports Agency) ຂອງສະຫະພັນບານເຕະແຫ່ງຊາດລາວ ເປັນເວລາ 3ເດືອນ.
ຫຼ້າສຸດເມື່ອວັນທີ 7 ຕຸລາ 2022 ສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດຜູ້ຊະນະປະກວດການອອກແບບໂລໂກ້ ” ການແຂ່ງຂັນກິລາບານເຕະແຫ່ງຊາດ ປະຈຳປີ 2022 LFF NATIONAL FOOTBALL CHAMPIONSHIP 2022 ” ແມ່ນ ທ້າວ ສຸວິລັກ ຄຳຄຸນພົນ ໄດ້ຮັບລາງວັນ 3.000.000 ກີບ