ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ຊີງແຊ້ມອາຊີ 2023 ຮອບຄັດເລືອກ ກຸ່ມ I ນັດທີ 2 ໃນວັນທີ 7 ຕຸລາຜ່ານມາ, U17 ທີມຊາດອີຣານ ແຊ້ມປີ 2008 ຖະຫລົ່ມ U17 ກີກິດສະຖານ ເຈົ້າພາບ ຮອບຄັດເລືອກກຸ່ມນີ້ 4-0 ໄຊຊະນະນັດນີ້ ເຮັດໃຫ້ ອີຣານ ຄວ້າອັນດັບທີ 1 ຂອງກຸ່ມ ແນ່ນອນແລ້ວ ຜ່ານການຄັດເລືອກເຂົ້າຮອບສຸດທ້າຍ ໃນປີ 2023 ເປັນຄັ້ງທີ 9 ຕິດຕໍ່ກັນ ເຖິງວ່າເຫລືອການແຂ່ງຂັນອີກໜຶ່ງນັດ ທີ່ຈະພົບກັບ ຮົງກົງ ຜົນຈະອອກເສຍໜ້ອຍເສຍຫລາຍກໍຕາມ ກໍຍັງໄດ້ອັນດັບໜຶ່ງຂອງກຸ່ມ ເພາະມີສະຖິຕິຊະນະ ລາວ ແລະ ກີກິດສະຖານ.
ໃນຂະນະທີ່ U17 ທີມຊາດລາວ ຄວ້າໄຊຊະນະເໜືອ U17 ຮົງກົງ 5-0 ຍັງມີລຸ້ນເຂົ້າຮອບໃນຖານະອັນດັບສອງ ດີສຸດ 5 ຫາ 6 ທີມ ຕອນນີ້ ແຂ່ງ 2 ນັດ ມີ 3 ຄະແນນເທົ່າກັບ ເຈົ້າພາບ ກີກິດສະຖານ ແຕ່ປະຕູໄດ້ເສຍ ລາວ ດີກວ່າ 2 ໜ່ວຍ, ນັດທີ 3 ຫລື ນັດສຸດທ້າຍຂອງກຸ່ມ U17 ທີມຊາດລາວ ຈະພົບກັບ ເຈົ້າພາບ ກີກິດສະຖານ ຊິງອັນດັບສອງຂອງກຸ່ມ ລາວ ຕ້ອງການຊະນະໃຫ້ໄດ້ຫລາຍໜ່ວຍ ເພື່ອລຸ້ນຕິດອັນດັບສອງ ດີສຸດ 5 ຫາ 6 ທີມ ຈາກທັງໝົດ 10 ກຸ່ມ ໂດຍຈະແຂ່ງຂັນວັນທີ 9 ຕຸລາ ເວລາ 20:30 ຕາມເວລາໃນປະເທດລາວ, ສ່ວນ ອີຣານ ພົບກັບ ຮົງກົງ ແຂ່ງກ່ອນເປັນຄູ່ທຳອິດ ເວລາ 16:00 ທຸກນັດແຂ່ງຂັນທີ່ສະໜາມ Dolon Omurzakov, ໃນນະຄອນຫລວງ Bishkek.
ສຳລັບຮູບແບບການຄັດເລືອກຄັ້ງນີ້ ມີທັງໝົດ 44 ທີມ ແບ່ງເປັນ 10 ກຸ່ມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງແຕ່ລະກຸ່ມ ແລະ ທີ 2 ດີສຸດ 5 ຫາ 6 ທີມ ເຂົ້າຮອບສຸດທ້າຍໃນປີ 2023.
Photo: LaoFF, AFC