ກ່ອນໜ້ານີ້ ທີມຊາດລາວ ຢູ 17 ລົງສະໜາມນັດທໍາອິດວັນທີ 5 ຕຸລາ 2022 ກໍເຖິງເວລາທີ່ລົງແຂ່ງຂັນພົບກັບ ອີຣານ ໃນເວລາ 15:00 ໂມງ ( ກົງກັບເວລາໃນບ້ານເຮົາ 16:00 ໂມງ ໃນການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ສະໜາມ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ. ປາກົດວ່າ: ເສຍໃຫ້ກັບ ອີຣານ 0-3
ຫຼ້າສຸດວັນທີ 7 ຕຸລາ 2022 ທີມຊາດລາວ ລົງສະໜາມພົບກັບ ຮົງກົງ ໃນເວລາ 16:00 ໂມງຕາມເວລາໃນບ້ານເຮົາ ຜ່ານການແຂ່ງຂັນປາກົັດວ່າ: ທີມຊາດລາວ ຟອມຢ່າງຮ້ອນແຮງນໍາໄປກ່ອນ 2-0 ໃນເຄິ່ງເວລາທໍາອິດ ຈາກການຍິງຂອງ ສາຍຝັນ ແກ້ວຫານາມ ແລະ ຄໍາໝັ້ນ, ສ່ວນເຄິ່ງເວລາທີ 2 ທີມຊາດລາວ ຍັງບຸກຕໍ່ເນື່ອງໄດ້ອີກ 3 ປະຕູຈາກການຍິງຂອງ ສາຍຝົນ 1 ປະຕູ ແລະ ປີເຕີ ພັນທະວົງ 2 ປະຕູ ເອົາຊະນະ ຮົງກົງ 5-0 ເກັບ 3 ຄະແນນ ແລະ ມີລຸ້ນເຂົ້າຮອບຕໍ່ໄປຖ້າຫາກນັດສຸດທ້າຍຊະນະ ເຈົ້າພາບ ກຽກກິດສະຖານ.
ໄຮໄລທ໌ລຸ່ມນີ້:
ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ ໂດຍຍັງເຫຼືອອີກ 1 ນັດ ມີດັ່ງນີ້:
– ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ ກຽກກິດສະຖານ ພົບ ລາວ