• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ສຸດມ່ວນ 23 ນັກເຕະທີມຊາດລາວ ຊຸດໃຫຍ່ ຮ້ອງເພງລາວ ໃຫ້ແຂກຟັງທີ່ປະເທດບຣູໄນ

ເນື່ອງໃນໂອກາດທີ່ ທີມຊາດລາວ ຊຸດໃຫຍ່ ເດີນທາງໄປແຂ່ງຂັນນັດອຸ່ນເຄື່ອງຕາມປະຕິທິນຂອງ ຟີຟາ ລາຍການ FIFA DAY ໃນທ້າຍເດືອນກັນຍາ 2022 ທີ່ຜ່ານມາ ກໍມີເລື່ອງລາວທີ່ໜ້າປະທັບໃຈໃນງານລ້ຽງຕ້ອນຮັບນັກກິລາ.

ເລີ່ມກັນທີ່ງານລ້ຽງຕ້ອນຮັບນັກກິລາ ຈາກສະຫະພັນບານເຕະບຣູໄນຈັດຂຶ້ນ ໃນງານດັ່ງກ່າວນັກກິລາແຕ່ລະຊາດກໍຕາງໜ້າຂຶ້ນໄປປະກອບສ່ວນໃນການຮ້ອງເພງ ເຊັ່ນດຽວກັບນັກເຕະທີມຊາດລາວ ກໍພ້ອມໃຈຂຶ້ນເວທີທັງ 23 ຄົນເພື່ອໄປຮ້ອງເພງປະກອບມີ ໂດຍຮ້ອງເພງລາວ ແລະ ກໍໄດ້ຮັບສຽງຕົບມືຈາກແຂກທີ່ເຂົ້າຮ່ວມງານ (ເບິ່ງຄລິບລຸ່ມນີ້ )

ອີກງານກໍເປັນເນື່ອງໂອກາດຄະນະນໍາ, ຄະນະຄູຝຶກ ແລະ ນັກເຕະທີມຊາດລາວ ຊຸດໃຫຍ່ ເດີນທາງໄປສະຖານທູດລາວ ປະຈໍາບຣູໄນ ໂດຍທ່ານທູດກໍໄດ້ຈັດງານລ້ຽງຕ້ອນຮັບກັບອາຫານລາວ ເຊິ່ງໃນງານດັ່ງກ່າວ ແລະ ນັກເຕະລາວກໍຂຶ້ນປະກອບສ່ວນໃນການຮ້ອງເພງບໍ່ວ່າຈະເປັນ ພິທັກ ກອງມະທິລາດ ອິນທະຈັກ ສີສຸພັນ, ໄຊສະຫວາດ ສຸວັນນະໂຊກ ແລະ ວັນນະສອນ ດວງໄມຕີ (ຄລິບເຕັມລຸ່ມນີ້ )

Leave a Reply

Your email address will not be published. Required fields are marked *