ຈາກຄະດີປິດສະໜາ ວັນທີ 29 ກັນຍາ 2022 ເວລາ 11:00 ໂມງ ມີຄົນພົບສົບ ຍິງສາວ ຊາວລາວ ຖືກຄາດຕະກໍາຍັດໃສ່ກະເປົາຫີບ ຢູ່ແຄມນໍ້າຂອງ ຈັງຫວັດນະຄອນພະນົມ ປະເທດໄທ. ທາງການໄທ ສັນນະສູດແລ້ວວ່າ ເປັນສົບຍິງສາວຄົນລາວ ຄາດວ່າ ເສຍຊີວິດມາແລ້ວ ຢ່າງນ້ອຍ 5-10 ວັນ ຖືກຄາດຕະກໍາຢູ່ຝັ່ງລາວ ແຕ່ກະແສນໍ້າພັດໄປຝັ່ງໄທ.
ຜູ້ຖືກຄາດຕະກຳຊື່ ນາງ ວິພາພອນ ກອນສິນ ປະທານບໍລິສັດ ແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ຜ່ານມາແມ່ນໄດ້ປະກອບສ່ວນຊຸກຍູ້ວຽກງານຕ່າງໆຂອງພັກ-ລັດ ແລະປະຊາຊົນມາຢ່າງຕໍ່ເນື່ອງ.
ຫຼ້າສຸດນີ້ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022.
ໃນນີ້ໄດ້ແຕ່ງຕັ້ງ:
1. ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ເປັນຫົວໜ້າ.
2. ພັອ ປອ ດວງຈັນ ວົງວິໄຊ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ເປັນຮອງ.
3. ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສມນະຄອນຫຼວງວຽງຈັນ ຄະນະ.
4. ພັອ ວຽງຄອນ ໄຊຍະສີ ຮອງຫົວໜ້າກົມຕຳຫຼວດນິຕິວິທະຍາ ຄະນະ.
ລາຍລະອຽດອ່ານເພີ່ມເຕີມ👇👇👇👇