ລີໂອເນວ ເມັສຊີ້ ສູນໜ້າຊຸບເປີສະຕາຣຈາກ ປາຣີ ແຊັງແຊກແມັງ (PSG) ຫົວໜ້າທີມຊາດອາເຈນຕິນ້າ (ອາກຊັງຕິນ) ຢືນຢັນແນ່ນອນວ່າ: ບານໂລກ 2022 ທີ່ກາຕ້າ ຄື ບານໂລກ ຄັ້ງສຸດທ້າຍຂອງຕົນເອງ ເນື່ອງຈາກອາຍຸຂອງຕົນຂະນະນີ້ 35 ປີ ຄັ້ງໜ້າ ປີ 2026 ຈະແຕະຫລັກ 39 ປີ. ບານໂລກ 2022 ເມັສຊີ້ ຈະສ້າງສະຖິຕິກາຍເປັນນັກເຕະອາກຊັງຕິນ ຄົນທີ 3 ທີ່ຮັບໃຊ້ທີມຊາດໃນ ບານໂລກ 5 ຄັ້ງ ຕໍ່ຈາກຕຳນານລຸ້ນອ້າຍ ເດໂກ້ ມາຣາໂດນ້າ ແລະ ພາເວຍ ມັສເຊຣາໂນ້.
ເມັສຊີ້ ຕິດທີມຊາດຊຸດໃຫຍ່ມາແຕ່ປີ 2005 ຮັບໃຊ້ທີມຊາດທັງໝົດ 164 ນັດ ຍິງຫລາຍສຸດໃຫ້ທີມຊາດ ລວມ 90 ປະຕູ ແລະ ຫລາຍສຸດໃນຂົງເຂດອາເມຣິກາໃຕ້, ຊ່ວຍທີມໄດ້ຮອງແຊ້ມ ບານໂລກ 2014, ແຊ້ມໂຄປ້າ ອາເມຣິກາ 2021 ພ້ອມກັບຮອງແຊ້ມອີກ 3 ສະໄໝ, ຫລ້າສຸດພາທີມຄອງແຊ້ມ Finalissima 2022.
ປະຈຸບັນ ອາກຊັງຕິນ ຢູ່ອັນດັບທີ 3 ຂອງໂລກ, ບານໂລກ 2022 ຢູ່ກຸ່ມ C ຮ່ວມກັບ ທີມຊາດໂປໂລຍ, ເມັກຊິໂກ້ ແລະ ຊາອຸດິອາຣາເບຍ, ບານໂລກ 2022 ຈະແຂ່ງຂັນໃນລະຫວ່າງວັນທີ 20 ພະຈິກ – 18 ທັນວາ 2022. ສຳລັບ ຜົນງານຂອງ ເມັສຊີ້ ໃນລະດູການນີ້ ກຳລັງດີ ຍິງ 6 ນັດຕິດຕໍ່ກັນ ລວມທັງເກມທີມຊາດ, ສະເພາະກັບຕົ້ນສັງກັດ PSG ລົງຫລິ້ນ 13 ນັດ ຍິງ 8 ປະຕູ 8 ແອັສຊິດ. Photo: Leo Messi