ຜູ້ທີ່ຕິດຕາມຂໍ້ມູນຂ່າວສານທີ່ສື່ອອນລາຍຄົງຈະໄດ້ຮັບຊາບບັນຫາທີ່ເກີດຂຶ້ນຢູ່ປະເທດໄທ ອັນເນື່ອງມາຈາກອະດີດຕຳຫຼວດ ໄດ້ປະສາດຂຶ້ນ ແລະມາຍິງທັງໃຊ້ອາວຸດມີຄົມສັງຫານໂຫດນ້ອງນ້ອຍລູກຫຼານອານຸບານໃນູສນພັດທະນາເດັກນ້ອຍໃນ ອບຕ ອຸໄທສະຫວັນ ຈົນເຮັດໃຫ້ມີຜູ້ເສຍຊີວິດລວມ 38 ສົບ.
ທີ່ໜ້າເສົ້າທີ່ສຸດແມ່ນຜູ້ທີ່ຕົກເປັນເຫຍື່ອໃນຄັ້ງນີ້ສ່ວນໃຫຍ່ເປັນຫຼານນ້ອຍອາຍຸລະຫວ່າງ 3-6 ປີ ເຊິ່ງບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ເລີຍ ແລະພວກເຂົາຢູ່ລະຫວ່າງການນອນຫຼັບຊ່ວງພັກທ່ຽງພາຍຫຼັງກິນເຂົ້າແລ້ວ ສາວຄູທີ່ດູແລພະຍາຍາມຊ່ວຍເຫຼືອ ແຕ່ກໍ່ຖືກຄົນຮ້າຍທຳລາຍຈົນເສຍຊີວິດໃນທີ່ສຸດ.
ເຫດການນີ້ຄົນຮ້າຍແມ່ນອະອີດເປັນເຈົ້າໜ້າທີ່ຕຳຫຼວດ ແຕ່ຖືກໄລ່ອອກຍ້ອນພົວພັນກັບຢາເສບຕິດ, ທັງເປັນຜູ້ປົກຄອງເດັກຄົນໜຶ່ງທີ່ມາຮຽນຢູ່ສູນທີ່ເກີດເຫດເຊັ່ນດຽວກັນ ປົກກະຕິຜູ້ກ່ຽວກໍ່ເຂົ້າມາຮັບ-ສົ່ງລູກເປັນປະຈຳ ເປັນຄົນອັດທະຍາໄສດີ ຈິ່ງບໍ່ມີໃຜຄາດຄິດວ່າຈະກໍ່ເຫດເສົ້າສະລົດໃຈຂະໜາດນີ້ໄດ້.
ເຫດການນີ້ ທຸກຄົນທີ່ເຫັນ ເບິ່ງໄປນຳໄຫ້ໄປນຳ ໃນນາມພໍ່ແມ່ຄົນໜຶ່ງຮັບບໍໄດ້ເລີຍກັບການກະທຳຄັ້ງນີ້ ເຈົ້າໜ້າທີ່ຄາດການວ່າ ສາເຫດອາດມາຈາກຄວາມຄຽດທີ່ຖືກໄລ່ອອກຈາກລາດຊະການເນື່ອງຈາກ ຜູ້ກ່ຽວເຄີຍເປັນຕຳຫຼວດປາບປາມຢາເສບຕິດ ແລະຕ້ອງເສບຢາ ຈິ່ງຖືກລົງວິໄນໂດຍການໄລ່ອອກ ແຖມຕ້ອງຂຶ້ນສານຍ້ອນມີຢາບ້າໃນຄອບຄອງ ເຊິ່ງຜູ້ກ່ຽວພະຍາຍາມວິ້ງເຕັ້ນຫາທາງກັບເຂົ້າໄປເຮັດວຽກແຕ່ບໍເປັນຜົນ.
ໃນມື້ເກີດເຫດຜູ້ກ່ຽວກໍ່ຖືກຮຽກໃຫ້ໄປຂຶ້ນສານ ເພື່ອກຽມຟ້ອງໄປຮັບຟັງຄຳພິພາກສາໃນມື້ຕໍ່ໄປ ທຳມະດາຕ້ອງເປັນຕອນບ່າຍຂອງວັນເກີດເຫດກໍ່ຄືວັນທີ 6 ຕຸລາ ແຕ່ຜູ້ກ່ຽວບໍໄປແລ້ວມາກໍ່ເຫດສາກ່ອນ.
ນີ້ເປັນລົດຂອງຄົນຮ້າຍພາຍຫຼັງກໍ່ເຫດຍິງໂຫດຢູ່ສູນພັດທະນາເດັກນ້ອຍແລ້ວຜູ້ກ່ຽວໄດ້ກັບມາເຮືອນເອົາຍົກຄົວທັງລູກ 3 ປີ ເມຍ ແລະຕົວຜູ້ກ່ຽວເອງ ແລ້ວເຜົາລົດທີ່ໃຊ້ກໍ່ເຫດນຳ;