• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງ ໄຊສົມບູນ

ໃນລະຫວ່າງວັນທີ 05-06 ຕຸລາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ກັບການນຳແຂວງໄຊສົມບູນ ໂດຍການຕ້ອນຮັບ ແລະ ນຳພາຄະນະພັກ-ຄະນະນໍາຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ພອຍຄໍາ ຮຸ່ງບຸນຍ່ວງ ເຈົ້າແຂວງໆໄຊສົມບູນ.


ທ່ານເຈົົ້າແຂວງໆໄຊສົມບູນ ໄດ້ລາຍງານໃຫ້ ຕໍ່ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຊາບກ່ຽວກັບ ສະ ພາບພົ້ນເດັ່ນໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕິດພັນກັບການຈັດຕັ້ງປະຕິ ບັດດໍາລັດ 414/ລບ ຢ່າງຕັ້ງໜ້າ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຂົ້າສູ່ວຽກງານຕົວຈິງ ເຮັດໃຫ້ທົ່ວສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພໂດຍພື້ນຖານ ອັນໄດ້ສ້າງສະພາບແວດລ້ອມອັນດີ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາແຂວງ ເຊິ່ງຕະຫຼອດໄລຍະ 9 ເດືອນທ່ີຜ່ານມາ ອັນພົ້ນເດັ່ນແມ່ນ ເສດຖະກິດຂອງແຂວງ ສືບຕໍ່ມີບາດກ້າວຂະຫຍາຍຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝ ຢູ່ໃນລະດັບ 7%, ໃນນີ້ ສາ ມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 423,39 ຕື້ກີບ, ເທົ່າກັບ 75,87% ຂອງແຜນປີ, ລາຍຈ່າຍປະຕິບັດໄດ້ 224,60 ຕື້ກີບ, ເທົ່າກັບ 62,15% ຂອງແຜນປີ;


ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນໍາ ຕໍ່ການນໍາຫຼັກແຫຼ່ງຂອງ, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມຂອງອໍານາດການປົກຄອງແຂວງ ເຊິ່ງມີຜົນສໍາເລັດຫຼາຍດ້ານ ແລະ ພົ້ນເດັ່ນ ຕະຫຼອດໃນໄລຍະຜ່ານມາ. ອັນສຳຄັນ ທ່ານໄດ້ມີຄໍາເຫັນຊີ້ນໍາພະນັກງານຫຼັກແຫຼ່ງ ພາຍໃນອໍານາດການປົກຄອງແຂວງ ເອົາໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດຄວາມຮັກຊາດ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມີຄວາມສາມັກ ຄີ ເປັນປຶກແຜ່ນ ແລະ ເດັດດ່ຽວເອກະພາບ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ; ຍົກສູງສະຕິລະ ວັງຕົວ ຕ້ານປະກົດການທີ່ບໍ່ຖືກຕ້ອງ; ມີສະຕິຕໍ່ອິດທິກໍາລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆຢ່າງມີສະຕິ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດຂອງແຂວງ ແລະ ການຈັດຕັ້ງປະຕິບັດດໍາລັດ 414/ລບ ເປັນຕົ້ນແມ່ນ ການສຸມໃສ່ຈັດເກັບລາຍຮັບ ໃຫ້ດີກວ່າເກົ່າ ພ້ອມທັງ ຄຸ້ມຄອງລາຍຈ່າຍຢ່າງຮັດກຸມ, ມີປະສິດທິຜົນ ຕາມທິດປະຢັດ ໂດຍສະເພາະ ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີີີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານຂອງລັດ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ; ດໍາລັດ ວ່າດ້ວຍລົດຂອງລັດ;

ການແກ້ໄຂບັນຫານຳເຂົ້າ ແລະ ນຳໃຊ້ພາຫະນະທີ່ບໍ່ຖືກ ຕ້ອງ ແລະ ເອົາໃຈໃສ່ການປະຕິບັດບັນດານິຕິກໍາລຸ່ມກົດໝາຍທີີີ່ກ່ຽວຂ້ອງໃຫ້ເຂັ້ມງວດ, ເປັນຮູບປະທໍາຫຼາຍຂຶ້ນ; ເອົາໃຈໃສ່ແກ້ໄຂບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ເປັນສາເຫດຂອງການເກີດປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໂດຍມີມາດຕະການແກ້ໄຂຢ່າງເດັດຂາດ ແລະ ສອດຄ່ອງຕາມກົດໝາຍກ່ຽວຂ້ອງ; ສືບຕໍ່ຊຸກຍູ້ສົ່ງເສີມການປູກ, ການລ້ຽງ ທີ່ປະຊາຊົນແຕ່ລະທ້ອງຖິ່ນມີທ່າແຮງ ໃຫ້ຫຼາຍຂຶ້ນ ເພື່ອທົດແທນການນຳເຂົ້າ ລວມທັງ ຄຸ້ມຄອງລາຄາສິນຄ້າ ຢ່າງເໝາະສົມ; ປະສານສົມທົບກັບຂະ ແໜງການທີ່ກ່ຽວຂ້ອງ ເພື່ອສືບຕໍ່ກວດກາ ແລະ ປັບປຸງປະສິດທິຜົນໂຄງການລົງທຶນຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກເປັນບູລິມະສິດ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດກິດຈະກຳ ສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ໃຫ້ມີເນື້ອໃນເລິກເຊິ່ງຮອບດ້ານ, ເປັນຂະບວນຟົດຟື້ນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມືຂອງສອງຝ່າຍ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.


ໃນໄລຍະການເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ ໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງເຂື່ອນນໍ້າງື່ມ 3 ຢູ່ເມືອງລ້ອງແຈ້ງ, ເຂດພັດທະນາຈຸດສຸມກຸ່ມບ້ານເມືອງອອມ, ໄດ້ໄປຊຸກຍູ້ການຜະລິດ ແລະ ການດຳເນີນທຸລະກິດຕົວຈິງ ຢູ່ໂຮງງານປຸງແຕ່ງຜະລິດກະສິກຳໄຊສົມບູນ, ຢູ່ເມືອງອານຸວົງ. ພ້ອມດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບທຶນສົມທົບຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນ ກອງທຶນພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກ ຂອງເຂດພັດທະນາຈຸດສຸມບ້ານເມືອງອອມ ແລະ ແຂວງ ຕື່ມອີກ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

Leave a Reply

Your email address will not be published. Required fields are marked *