• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ທັງເຈັບຕົວ ແລະ ຫົວໃຈ! ໜຸ່ມຂໍສາວແຕ່ງດອງໃນສະໜາມ ເບສບອລ ແຕ່ກັບຖືກຕົບໜ້າເຕັມໆ

ໜຸ່ມຄົນໜຶ່ງເຮັດເລື່ອງຕື່ນເຕັ້ນຕໍ່ໜ້າແຟນໆໃນສະໜາມດ້ວຍການຂໍແຟນສາວແຕ່ງດອງ ຕໍ່ໜ້າແຟນໆເຕັມສະໜາມ ໃນການແຂ່ງຂັນເມເຈີລີກ ເບສບອລ ນັດລະວຫ່າງ ໂຕຣອນໂຕ ບູລເຈຍ ພົບກັບ ບອສຕັນ ເຣດ ຊ໊ອກຊ໌, ແຕ່ສຸດທ້າຍກັບຜິດຫວັງຖືກຕົບໜ້າ.

ຄລິບດັ່ງກ່າວມີຜູ້ຊົມເຂົ້າຊົມຢ່າງວ່ອງໄວຫຼາຍກວ່າ 200.000 ຄັ້ງພາຍໃນໄລຍະເວລາ 48 ຊົ່ວໂມງ ໂດຍຊາຍໜຸ່ມຄົນດັ່ງກ່າວທີ່ຕ້ອງການສ້າງໂມເມັ້ນແສນໂຣແມນຕິກກັບແຟນສາວດ້ວຍການຄຸກເຂົ່າຂໍແຕງດອງຂະນະທີ່ຢູ່ໃນສະໜາມ.

ຫຼັງຈາກນັ້ນ ຝ່າຍຊາຍໄດ້ຈັບເອົາກ່ອງເລັກໆສີດໍາອອກມາເຊິ່ງໃນເວລາດຽວກັນນັ້ນຊ່າງພາບໄດ້ຖ່າຍຂຶ້ນຈໍໃຫຍ່ໃນສະໜາມ ໂຣເຈີ ເຊັນເຕີ, ແຕ່ເລື່ອງບໍຄາດຄິດກໍເກີດຂຶ້ນເມື່ອໜຸ່ມເປີດກ່ອງສີດໍາອອກມາ ແລະ ຈັບແຫວນເຂົ້າໜົມສີແດງອອກມາ ເຮັດໃຫ້ຝ່າຍຍິງບໍ່ປະທັບໃຈ ເຖິງຂະໜາດຕົບໜ້າຝ່າຍຊາຍເຕັມໆ ເຊິ່ງເຮັດໃຫ້ແຟນໆ ທີ່ຢູ່ໃກ້ໆເຖິງກັບຊ໊ອກໄປຕາມໆກັນ.

ສໍາລັບ ລາຍລະອຽດເລື່ອງຂໍແຕ່ງງານບໍ່ຮູ້ເປັນຄວາມຕັ້ງໃຈຫຼື ທໍາທ່າຂອງຝ່າຍກັນແນ່ ແລະ ຄາດກັນວ່າຝ່າຍຊາຍຈະເອົາແຫວນຈິງ ຫຼັງຈາກທໍາທ່າເຮັດເລື່ອງດັ່ງກ່າວ ແຕ່ສຸດທ້າຍກໍເປັນຝ່າຍເຈັບຕົວ5555.

Leave a Reply

Your email address will not be published. Required fields are marked *