• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ຮ່ວມຊົມຮ່ວມເຊຍ! ນັດສໍາຄັນ ຢູ 17 ລາວ ພົບ ຮົງກົງ ມື້ນີ້ເວລາ 16:00 ໂມງ ເຮັດໃຫ້ເຕັມທີ່ເດີນ້ອງໆ

ພາຍຫຼັງທີິ່ ທີມຊາດລາວ ຢູ 17 ລົງສະໜາມນັດທໍາອິດແລງມື້ນີ້ວັນທີ 5 ຕຸລາ 2022 ກໍເຖິງເວລາທີ່ລົງແຂ່ງຂັນພົບກັບ ອີຣານ ໃນເວລາ 15:00 ໂມງ ( ກົງກັບເວລາໃນບ້ານເຮົາ 16:00 ໂມງ ໃນການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ສະໜາມ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ.

ຜ່ານການແຂ່ງຂັນປາກົດວ່າ: ເຄິ່ງເວລາທໍາອິດ ຢູ 17 ລາວ ຕ້ານໄດ້ດີ ແລະ ມີໂອກາດລຸ້ນປະຕູ ໂດຍສເພາະຈັງຫວະ ປີເຕີ້ ພັນທະວົງ ປັ່ນບານຕໍາເສົາອອກໄປຢ່າງໜ້າເສຍດາຍ, ແຕ່ເຄິ່ງເວລາທີ 2 ອີຣານ ຄອງເກມໄດ້ໝົດ ກ່ອນໄດ້ 3 ປະຕູລວດ ເອົາຊະນະ ຢູ 17 ລາວ 3-0.

ແນ່ນອນມື້ນີ້ວັນທີ 7 ຕຸລາ 2022 ທີມຊາດລາວ ຈະລົງສະໜາມພົບກັບ ຮົງກົງ ໃນເວລາ 16:00 ໂມງຕາມເວລາໃນບ້ານເຮົາ ເຊິ່ງເປັນນັດແກ້ຕົວຂອງທີມຊາດລາວ ຫຼັງເສຍນັດທໍາອິດ ແລະ ກໍຖືວ່າເປັນອີກໜຶ່ງງານໜັກຂອງ ຢູ 17 ລາວ ເພາະນັດທໍາອິດ ຮົງກົງ ຫຼິ້ນດີພໍສົມຄວນສາມາສູ້ກັບ ເຈົ້າພາບ ກຽກກິດສະຖານ ໄດ້ສູສີ ເຖິງວ່າຈະເສຍໄປ 1-2. ຢ່າງໃດກໍຕາມ, ນັດທໍາອິດ ທີມຊາດລາວ ກໍຫຼິ້ນດີພໍສົມຄວນໃນການພົບທີມຍັກໃຫຍາຂອງອາຊີຢ່າງ ອີຣານ ຕ້ອງຕິດຕາມເບິ່ງວ່າຜົນງານແລງມື້ນີ້ຈະເປັນແບບໃດ.

ຫຼ້າສຸດ ທີມຊາດລາວ U17 ກໍໄດ້ລົງຊ້ອມໜັກ ໃນວັນທີ 6 ຕຸລາ 2022 ກ່ອນນັດສໍາຄັນ ພົບທີມ ຮົງກົງ ໃນວັນທີ 7 ຕຸລາ 2022 ເວລາ 16:00 ໂມງ

ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ ໂດຍຍັງເຫຼືອອີກ 2 ນັດ ມີດັ່ງນີ້:

– ວັນທີ 7 ຕຸລາ 2022 ເວລາ 15:00 ໂມງ ລາວ ພົບ ຮົງກົງ
– ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ ກຽກກິດສະຖານ ພົບ ລາວ

Leave a Reply

Your email address will not be published. Required fields are marked *