• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ນັກຮຽນຜູ້ໜ້າຮັກສຸດມື້ນີ້ ນ້ອງໄໝຄຳ ຫຼານນ້ອຍຖິ່ນເຊໂປນ

ByAdmin S

Oct 6, 2022

ຄົນເຮົາເກີດມາຕົ້ນທຶນບໍ່ເທົ່າກັນ ບາງຄົນກໍ່ມີທຸກຢ່າງ ຮອດມື້ຮອດຍາມມາພໍ່ແມ່ຈັດໃຫ້ ເຮົາມີໜ້າທີ່ແຕ່ງຕົວງາມໆເພື່ອໄປຮ່ວມງານ ແຕ່ກັບອີກບາງຄົນຈົນບໍຈັກແນວຊິຫາ ເຫັນຫຍັງກໍຢາກຄວ້າມາ ຂໍພຽງໄດ້ປະກອບສ່ວນ ແລະບອກວ່ານັ້ນຄືຜົນງານເຮົາ.

ປົກກະຕິແລ້ວວັນທີ 7 ຕຸລາວັນຄູແຫ່ງຊາດ ແຕ່ລະປີຢູ່ທຸກຫົນແຫ່ງໃນປະເທດລາວ ໂດຍສະເພາະຜູ້ຢູ່ຊັ້ນມັດທະຍົມຈະພາກັນໄປມອບຂອງຂວັນໃຫ້ຄູ ເຊິ່ງຄູກໍບໍໄດ້ຮຽກຮ້ອງຫຍັງດອກແຕ່ທຸກຄົນເຮັດມາຈົນເປັນປະເພນີແລ້ວທຸກປີຈິ່ງຕ້ອງມີແນວຕິດໄມ້ຕິດມືໄປ ຜູ້ບໍມີພໍ່ແມ່ບໍ່ພ້ອມກໍພໍຢາກຄຽດພຸ້ນລະນໍ!

ສຳລັບວັນທີ 7 ຕຸລາ 2022 ວັນຄູແຫ່ງຊາດ ຈະຫມູນວຽນມາອີກຮອບຫນຶ່ງ ປີນີ້ກໍ່ປະຕິບັດເປັນຄືກັບທຸກປີຄືມີມອບຂອງຂວັນໃຫ້ຄູ ແລະນີ້ຄືຂອງຂວັນຈາກນ້ອງ ນາງຄຳໄຫມ ນ້ຳເອົາຫມາກຫຸ່ງ ແລະຜັກກູດ ມາມອບໃຫ້ນາຍຄູໂຮງຮຽນວັງຫມູ ເມືອງເຊໂປນ ແຂວງສະຫວັນນະເຂດ.


ນາງຄຳໄຫມ ຢືນຢູ່ຫ້ອງຢູ່ດົນ ເພາະຢ້ານຄູບໍ່ຮັບຂອງຂວັນຈາກນາງ ເພາະນາງມີແຕ່ຫມາກຫຸ່ງກັບຜັກກູດເທົ່ານັ້ນ ທີສາມາດຊອກມາໃຫ້ນາຍຄູໄດ້ຍ້ອນຄອບຄົວນາງທຸກຍາກຂາດເຂີນ ແຕ່ຍ້ອນຄວາມຮັກ ແລະມີຄວາມກະຕັນຍູຕໍ່ນາຍຄູ ຈຶ່ງຊອກຫາຕາມກຳລັງມາໃຫ້ ແຕ່ສິ່ງນີ້ ບໍ່ຮູ້ຄວາມຮູ້ສຶກນາຍຄູຜູ້ຢູ່ເຫດການ ແຕ່ຄື ໄດ້ໃຈຜູ້ເຫັນພາບນ້ອງໄປເຕັມໆ 10 ບໍຫັກ ຖ້າເພີ່ມໄດ້ກໍຢາກຕື່ມເຕີມ.

ຢາກໃຫ້ມີຄົນໃຈດີ ພ້ອມສົ່ງເສີມຊ່ວຍນ້ອງຈັກໜ້ອຍເດນໍ

Leave a Reply

Your email address will not be published. Required fields are marked *