• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ໄປເບິ່ງເຫດຜົນທີ່ ມາເນ ຮ່ວມຖ່າຍຮູບກັບ ບາເຢິນ ແຕ່ບໍ່ຍອມຖືເບຍ ຮ່ວມສະຫຼອງບຸນໃຫຍ່

ຊາດິໂອ ມາເນ ປີກຕົວເກັ່ງຂອງ ບາເຢິນ ມິວນິກ ສະໂມສອນໃນບຸນເດສລີກາ ເຢຍລະມັນ ບໍ່ໄດ້ຖືຈອກເບຍຄືກັບເພື່ອນຮ່ວມທີມ ໃນຕອນທີ່ຖ່າຍຮູບລວມຮັບເທດສະການອ໊ອກໂບເບີເຟສ ຫຼັງຈາກທີ່ລາວຖືສາສະໜາມຸດສະລິມ ທີ່ເຄັ່ງຄັດກັບກົດເປັນທີ່ສຸດ.

ອ໊ອກໂທເບີເຟສ ຖືເປັນເທດສະການທີ່ມີຊື່ສຽງໃນນະຄອນມິວນິກ ທີ່ຈະມີການດື່ມເບຍກັນຢ່າງເບີກບານມ່ວນຊື່ນ ເຊິ່ງໃນທຸກໆປີ ບາເຢິນ ມິວນິກ ຈະໃຫ້ບັນດານັກເຕະມາຖ່າຍຮູບລວມກັນໃນສະພາບແຕ່ງຕົວຕາມປະເພນີ ແລະ ແຕ່ລະຄົນກໍຈະຖືຈອກເບຍພ້ອມກັບນໍ້າເບຍໄວ້ເຕັມຈອກ.

ແຕ່ໃນນັ້ນມີພຽງ ມາເນ ທີ່ເປັນຄົນມຸດສະລິມ ເຮັດໃຫ້ລາວບໍ່ຖືຈອກເບຍໃນການຖ່າຍຮູບລວມຂອງປີນີ້. ນອກຈາກນັ້ນ ກໍຍັງມີ ນູສ໌ແຊ ມາຊຣາອູ ອີກຄັ້ນທີ່ບໍ່ຖືຈອກເບຍ ເພາະລາວກໍເປັນມຸສລິມເຊັ່ນກັນ.

Leave a Reply

Your email address will not be published. Required fields are marked *