ເມື່ອວັນທີ4 ຕຸລາຜ່ານມາ ເວລາປະມານ 13:00 ໂມງ, ພາຍຫລັງເລິກໂຮງຮຽນຕອນທ່ຽງ ເດັກ 2 ຄົນພາກັນໄປຫລິ້ນນໍ້າ ຢູ່ ຈຸດບ້ານດອນກວດເມືອງວຽງຄຳ ແຂວງວຽງຈັນ ຈາກນັ້ນ ກໍບໍ່ເຫັນກັບຂຶ້ນມາເຮືອນອີກເລີຍ.
ຫຼັງຈາກນັ້ນ ບັນດາໜ່ວຍກູ້ໄພ ພ້ອມພ້ອມພໍ່ແມ່ແມ່ນໄດ້ອອກຄົ້ນຫາທັງໃຕ້ນ້ຳ ແລະໜ້ານ້ຳ ແຕ່ກໍ່ບໍພົບໂຕ ເຊິ່ງທຸກຄົນກໍ່ພາລະນາໃຫ້ມີປະຕິຫານ ແລະເດັກສອງຄົນໄດ້ກັບມາສູ່ອ້ອມກອດພໍ່ແມ່ ແຕ່ກໍ່ບໍ່ເປັນດັ່ງຄິດ.
ມາຮອດ ວັນທີ 6 ຕຸລາ 2022 ນີ້ແມ່ນໄດ້ພົບຮ່າງຫລານນ້ອຍ 2 ຄົນ ທີ່ຈົມນ້ຳງື່ມ ຈຸດບ້ານດອນກວດ ເມືອງວຽງຄຳ ແຂວງວຽງຈັນແລ້ວ ແນ່ນອນເຫດການນີ້ແມ່ນສະເທືອນໃຈຄົນທີ່ເປັນພໍ່ແມ່ເປັນທີ່ສຸດ ແລະຜູ້ທີ່ມີລູກຫຼານກຳລັງໄປຮ່ຳຮຽນຜ່ານເສັ້ນທາງທີ່ມີໜອງ, ແມ່ນ້ຳກໍ່ລ້ວນກະທົບຕໍ່ຈິດໃຈ.
ທີມຂ່າວພວກເຮົາຂໍສະແດງຄວາມເສຍໃຈນຳຄອບຄົວຂອງຫຼານນ້ອຍທັງ2ຄົນ ແລະຂໍໃຫ້ດວງວິນຍານຂອງພວກຫລານນ້ອຍຈົ່ງໄປສູ່ສຸຂະຕິ
ເດັກນ້ອຍໄປຮຽນໂດຍບໍມີຜູ້ໃຫຍ່ໄປນຳມີຄວາມສ່ຽງຫຼາຍເກີນໄປ ຂໍໃຫ້ພໍ່ແມ່ໝັ່ນໄປຮັບມາສົ່ງລູກຫຼານຕົນເອງ ແລະເຕືອນສະຕິເຂົາເຈົ້າຢ່າໄປຫຼິ້ນບ່ອນສ່ຽງຕໍ່ຊີວິດ ຕ້ອງສະແດງຄວາມເສຍໃຈອີກຄັ້ງ.
ເຫຼືອໄວ້ພຽງສິ່ງຂອງທີ່ນ້ອງປະໄວ້ເທິີງບົກກ່ອນລົງຫຼິ້ນນ້ຳ