• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ສຸດໆໄປເລີຍຜູ້ນີ້! ປະທານ Ai-sport ຊ່ວຍທີມແຂວງສາລະວັນ ລຸຍກິລາແຫ່ງຊາດ ມູນຄ່າ 20 ລ້ານກີບ

ກ່ອນໜ້ານີ້ ທ້ານ ປະສານມິດ ແກ້ວເກິ່ງສະໄໝ ຫົວໜ້າຄູຝຶກທີມບານເຕະ ແຂວງສາລະວັນ ໃຫ້ສໍາພາດຜ່ານເຟສບຸກວ່າ: ທີມແຂວງສາລະວັນ ແມ່ນຂາດງົບປະມານໃນການກຽມທີມເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ ໂດຍສະເພາະ ກິລາແຫ່ງຊາດ ທີ່ແຂວງຊຽງຂວາງ. ແຕ່ກໍຈະສູ້ເຕັມທີ່.

ເຊິ່ງຈາກບົດສໍາພາດດັ່ງກ່າວ ຊາວລາວຜູ້ມີນໍ້າໃຈກໍທະຍ່ອຍສະໜັບສະໜູນ 1 ແສນ, 2 ແສນ ແລະ ຫຼາຍຂຶ້ນເລືອຍໆ ຫຼ້າສຸດ ທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຂາຍເຄື່ອງກິລາແບຣນ Ai-sport ປະກາດຜ່ານເຟສບຸກວ່າ: ພ້ອມທີ່ຈະຊ່ວຍເຫຼືອ ທີມບານເຕະແຂວງສາລະວັນ ໃນການສົ່ງທີມເຂົ້າຮ່ວມ ຊຽງຂວາງເກມ ໃນທ້າຍປີນີ້.

ສໍາລັບ ການຊ່ວຍຄັ້ງນີ້ Ai-sport ໄດ້ຊ່ວຍເຫຼືອ ຊຸດຊ້ອມ, ຊຸດແຂ່ງ ແລະ ຊຸດທີມງານຂອງຄະນະຄູຝຶກ ລວມມູນຄ່າ 20.000.000 ກວ່າລ້ານກີບ.

Leave a Reply

Your email address will not be published. Required fields are marked *