ການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກຳນົດວັນທີ 10 ຕຸລາ 2022 ຈະແຂ່ງຂັນເຮືອນກີລາ ປີນີ້ມີຈຳນວນ 2 ລຳເຂົ້າຮ່ວມ ແລະ ວັນທີ 11 ຕຸລາ 2022 ແຂ່ງຂັນເຮືອປະເພນີ ມີຈຳນວນ 12 ລຳ ( ຍິງ 5 ລຳເຂົ້າຮ່ວມ ) ໂດຍຜົນຈັບສະຫຼາກມີດັ່ງນີ້:
ວີດີໂອຊ່ວງເຮືອ ແລະ ຜົນງານປີ 2020 ເບິ່ງໄດ້ລຸ່ມນີ້:
+ເຮືອກີລາ ມີ 21 ລໍາຄື:
-ສາຍ ກ: ພະຍານະຄະລາດ, ທິດາສາຍແວວ, BK ຮອນດ້າ, ບໍລິສັດ ອິນທະພອນ, ມາລິໂອ ພາລວຍ ແລະ ອົງສາຟາມ.
-ສາຍ ຂ: ເທບພະພຸດເຕົ່າທອງ, ເຈົ້າແມ່ອໍລະໄທ, ນ້ອງໃໝ່ເທບພະນັນໄຊ, ທິດາສາຍແວວ ແລະ ພອນສະຫວັນ
-ສາຍ ຄ: ພອນສະຫວັນ 2, ບ້ານ ຫາຍໂສກ, ບໍລິສັດ ອະພິມາ, ເທບພອນໄຊ ແລະ ສຸນຄົ້ນຄວ້າສາຍພັນເຂົ້າ
-ສາຍ ງ: ໂຕໂນ ພາລວຍ, ບ້ານທ່າເດື່ອ, ເພັດມີໄຊ 2, ເພັດມີໄຊ 1 ແລະ ເຈົ້າແມ່ປະກາດສິດ.
+ເຮືອປະເພນີຊາຍ ມີ 7 ລໍາຄື:
-ສາຍ ກ: ນະຄອນຫຼວງອຸດສະຫະກໍາເຫຼັກ, ບ້ານຫາດສວນ, ບໍລິສັດ ແສງເພັດເກັບກູ້ລະເບີດ ແລະ ເມືອງໄຊທານີ
-ສາຍ ຂ: ທິດາສາຍແວວ, ທິດາສ້ອຍຟ້າ ແລະ ສີຖານໃຕ້
+ເຮືອປະເພນີຍິງ ມີ 5 ລໍາຄື:
-ສາຍ ກ: ບ້ານຫາດສ້ຽວ, ຫາດສວນ ແລະ ເມຶືອງໄຊທານີ
-ສາຍ ຂ: ບໍລິສັດ ດວງຕາຫີນ-ຊາຍ ແລະ ບ້ານທ່າພະ.
ສໍາລັບ ປະເພດຂັນລາງວັນ ແລະ ເງິນສົດ ປະເພດເຮືອກິລາ 12 ສີພາຍ ລາງວັນທີ 1 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 10.000.000 ກີບ, ລາງວັນທີ 2 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ: 8.000.000 ກີບ, ລາງວັນທີ 3 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 6.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີເງິນສົດ 4.000.000 ກີບ.
ສ່ວນ ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລກຣາມ ມູນຄ່າ 19.700.000 ກີບ ພ້ອມເງິນສົດ 20.000.000 ກີບ, ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15.250.000 ກີບ ພ້ອມເງິນສົດ 15.000.000 ກີບ, ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12.000.000 ກີບ ພ້ອມເງິນສົດ 10.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີແຕ່ເງິນສົດ 6.000.000 ກີບ.
ຂ່າວ-ຮູບ: ແອັດມິນນົກ