ລີໂອເນວ ເມັສຊີ້ ສູນໜ້າ ໄວ 35 ປີ ຟອມກັບມາເດັ່ນຂຶ້ນເລື້ອຍໆ ຍິງປະຕູ 6 ນັດຕິດຕໍ່ກັນ ທັງກັບສະໂມສອນ ແລະ ທີມຊາດ ຫລ້າສຸດ ຍິງໜຶ່ງປະຕູ ຊ່ວຍຕົ້ນສັງກັດ ປາຣີ ແຊັງແຊກແມັງ (PSG) ບຸກສະເໝີ ເບັນຟີກ້າ ຈາກປັອກຕຸຍການ 1-1 ເກມຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ນັດທີ 3 ຄືນວັນທີ 5 ຕຸລາຜ່ານມາ. ພ້ອມສ້າງສະຖິຕິຍິງປະຕູທີມທີ 40 ໃນແຊ້ມປ້ຽນລີກ ຫລາຍສຸດໃນປະຫວັດສາດ.
ກາຍເປັນປະຕູທີ 8 ປະຕູຂອງ ເມັສຊີ້ ໃນລະດູການນີ້ ຈາກການລົງຫລິ້ນ 13 ນັດ ລວມທຸກລາຍການ ແລະ ເປັນປະຕູທີ 127 ໃນ ແຊ້ມປ້ຽນລີກ ຈາກການລົງຫລິ້ນ 159 ນັດ ຍັງເປັນຮອງ ຄຣິສເຕຍໂນ້ ໂຣນາວໂດ້ ທີ່ຍິງໄດ້ຫລາຍສຸດ 140 ປະຕູ.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ຢູເວັນຕຸສ ເປີບ້ານຊະນະ ແມັກຄາບີ້ ໄຮຟາ 3-1 ຜ່ານໄປ 3 ນັດ: PSG ແລະ ເບັນຟີກ້າ ມີ 7 ຄະແນນເທົ່າກັນ, ຢູເວັນຕຸສ ມີ 3 ຄະແນນ, ແມັກຄາບີ້ ໄຮຟາ ຍັງບໍ່ມີຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 11 ຕຸລານີ້.
hoto: UEFA Champions League