• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຢຸດບໍ່ຢູ່! ຮາແລນ ຍິງຕໍ່ເນື່ອງ ເໝົາສອງປະຕູ ພາ ແມນຊິຕີ້ ຊະນະ ໂຄເປັນຮາເກັນ 5-0 ຢູຟ້າ ແຊ້ມປ້ຽນລີກ ນັດທີ 3

ເອີລິ້ງ ຮາແລນ ສູນໜ້າຟອມເດັ່ນ ໄວ 22 ປີ ທີມຊາດນໍຣເວ (ນອກແວ) ຂອງສະໂມສອນ ແມນເຊັສເຕີ ຊິຕີ້ ຍິງປະຕູໄດ້ຕໍ່ເນື່ອງ ເປັນນັດທີ 9 ຕິດຕໍ່ກັນ ຫລ້າສຸດຊັດສອງປະຕູຊ່ວຍ ແມນຊິຕີ້ ເປີດບ້ານຖະຫລົ່ມ ໂຄເປັນຮາເກັນ ຈາກເດັນມາກ 5-0 ເກມຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ນັດທີ 3 ຄືນວັນທີ 5 ຕຸລາຜ່ານມາ.

+ ຮາແລນ ຍິງ 28 ປະຕູຈາກການລົງຫລິ້ນ 22 ນັດໃນ ແຊ້ມປ້ຽນລີກ ສ້າງປະຫວັດສາດ ເປັນນັກເຕະຍິງຫລາຍສຸດໃນ 30 ນັດທຳອິດໃນເວທີ ແຊ້ມປ້ຽນລີກ ທຳລາຍສະຖິຕິຂອງ ຣຸດ ຟານ ນິສເທວຣອຍ ອະດີດສູນໜ້າ ແມນເຊັສເຕີ ຢູໄນເຕັດ.

ລວມແລ້ວ ລະດູການນີ້ ຮາແລນ ຍິງໄປແລ້ວ 19 ປະຕູຈາກ 12 ນັດ ລວມທັງເກມ ພຣີເມ່ຍລີກ ອັງກິດ, ສຳລັບຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ເຊບີຢ້າ ເສຍຄາບ້ານໃຫ້ ດັອດມຸນ 1-4 ຜ່ານໄປ 3 ນັດ: ແມນຊິຕີ້ ມີ 9 ຄະແນນເຕັມ, ດັອດມຸນ 6 ຄະແນນ, ເຊບີຢ້າ ແລະ ໂຄເປັນຮາເກັນ ມີ 1 ຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 11 ຕຸລານີ້.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *