ທີມຊາດລາວ ຢູ 17 ລົງສະໜາມນັດທໍາອິດແລງມື້ນີ້ວັນທີ 5 ຕຸລາ 2022 ກໍເຖິງເວລາທີ່ລົງແຂ່ງຂັນພົບກັບ ອີຣານ ໃນເວລາ 15:00 ໂມງ ( ກົງກັບເວລາໃນບ້ານເຮົາ 16:00 ໂມງ ໃນການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ສະໜາມ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ.
ຜ່ານການແຂ່ງຂັນປາກົດວ່າ: ເຄິ່ງເວລາທໍາອິດ ຢູ 17 ລາວ ຕ້ານໄດ້ດີ ແລະ ມີໂອກາດລຸ້ນປະຕູ ໂດຍສເພາະຈັງຫວະ ປີເຕີ້ ພັນທະວົງ ປັ່ນບານຕໍາເສົາອອກໄປຢ່າງໜ້າເສຍດາຍ, ແຕ່ເຄິ່ງເວລາທີ 2 ອີຣານ ຄອງເກມໄດ້ໝົດ ກ່ອນໄດ້ 3 ປະຕູລວດ ເອົາຊະນະ ຢູ 17 ລາວ 3-0.
ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ ໂດຍຍັງເຫຼືອອີກ 2 ນັດ ມີດັ່ງນີ້:
– ວັນທີ 7 ຕຸລາ 2022 ເວລາ 15:00 ໂມງ ລາວ ພົບ ຮົງກົງ
– ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ ກຽກກິດສະຖານ ພົບ ລາວ