• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ສິງເໜືອ-ເສືອໃຕ້ມາແຮງ! ຫຼວງພະບາງ ເຂົ້າຊີງກັບ ຈໍາປາສັກ 2 ລາຍການຊ້ອນ ຢູ 15 ກັບ ຢູ 18

2 ທີມຈາກຕ່າງແຂວງມາແຮງເຫຼືອເກີນລະຫວ່າງ ສິງເໜືອ ຫຼວງພະບາງ ເອັຟຊີ ສາມາດທະລຸເຂົ້າຮອບຊີງຊະນະເລີດພົບກັບ ເສືອໃຕ້ ຈໍາປາສັກ ເອັຟຊີ ໄດ້ທັງ 2 ລາຍການກໍຄື ການແຂ່ງຂັນບານເຕະ ຊີງຂັນ ສຕລ 2022 ທັງລຸ້ນ ຢູ 15 ແລະ ຢູ 18 ປີ.

-ຢູ 15 ຮອບຮອງຊະນະເລີດ: ຢູ 15 ຈໍາປາສັກ ບຽດເອົາຊະນະ ແຊ້ມເກົ່າ ເອສະຣາ ເອັຟຊີ 5-4 ຜ່ານເຂົ້າຮອບຊີງພົບກັບ ຫຼວງພະບາງ ທີ່ເອົາຊະນະ ຊ້າງນ້ອຍ ເອັຟຊີ ໄປເບົາໆ 2-0 ຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ຈໍາປາສັກ ເອັຟຊີ ໂດຍຮອບຊີງຊະນະເລີດຈະມີຂຶ້ນວັນທີ 30 ສິງຫາ 2022 ເວລາ 18:00 ໂມງ ຈຳປາສັກ ພົບ ຫຼວງພະບາງ ແຂ່ງຂັນຢູ່ສະໜມຫຍ້າທຽມ ສຕລ ສະຫນາມ 1, ສ່ວນນັດຊີງອັນດັບ 3 ເອສະຣາ ພົບ ຊ້າງນ້ອຍ ຈະແຂ່ງຂັນ ເວລາ 15:00 ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມ ສຕລ ສະໜາມ 1.

-ຢູ 18 ຮອບຮອງຊະນະເລີດ: ຈໍາປາສັກ ເອັຟຊີ ສາມາດເອົາຊະນະ ເອສະຣາ ເອັຟຊີ ແຊັມເກົ່າ 2-0 ຜ່ານເຂົ້າຮອບຊີງໄປພົບກັບ ຫຼວງພະບາງ ເອັຟຊີ ທີ່ດວນຈຸດໂທດເອົາຊະນະ ຊ້າງນ້ອຍ ເອັຟຊີ ໄປສຸດມັນ 7-6 ຫຼັງສະເໝີກັນໃນເວລາປົກກະຕິ 1-1.

ໂດຍຮອບຊີງຊະນະເລີດ ຢູ 18 ຈໍາປາສັກ ເອັຟຊີ ເຂົ້າຮອບຊີງຊະນະເລີດໄປພົບກັບ ຫຼວງພະບາງ ເອັຟຊີ ໃນວັນທີ 31 ສິງຫາ 2022 ເວລາ 18:00 ໂມງທີ່ສະໜາມ ສຕລ 1, ສ່ວນ ເອສະຣາ ເອັຟຊີ ໄປຊີງອັນດັບ 3 ກັບ ຊ້າງນ້ອຍ ເອັຟຊີ ທີ່ສະໜາມ ສຕລ 1 ແຂ່ງຂັນໃນເວລາ 15:00 ໂມງ.

ຈັບຕາເບິ່ງແລງນີ້ 30 ສິງຫາ 2022 ຢູ 15 ແຊ້ມຈະເປັນຂອງ ສິງເໜືອ ຫຼື ເສືອໃຕ້, ສ່ວນມື້ອື່ນ 31 ສິງຫາ 2022 ກໍຕ້ອງລຸ້ນເບິ່ງເຊັນດຽວກັນ.

Leave a Reply

Your email address will not be published. Required fields are marked *