• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ເຕືອນໄພ! ໂຈນປອມເປັນຕຳຫຼວດເລາະຖາມເອົາລົດຊາວບ້ານ

ByAdmin S

Aug 30, 2022

ມິດສາຊີບມາໃນທຸກຮູບແບບ ຈັກເປັນຜູ້ໃຈດີຫາວຽກໃຫ້ເຮັດ ຈັກຜູ້ຢ່າງຮູ້ຮູ້ຮອດຜົນເລກອອກ ແລະຫຼາຍໆຢ່າງ ຫຼາຍຄັ້ງໂຈນກໍເລືອກຫາກິນນຳຄົນທີ່ບໍຮອບຄອບ ບາງຈຳນວນກໍ່ອາໄສການປຸ້ນເຊິ່ງໜ້າສຳຄັນຄືສະຕິໃນການໃຊ້ຊີວິດຢ່າງໄວ້ວາງໃຈໃຜງ່າຍໆ.

ຜູ້ໃຊ້ເຟສບຸກຄົນໜຶ່ງໂພສແຈ້ງເຕືອນລະບຸວ່າ ຮູ້ຫນ້າບໍ່ຮູ້ໃຈ ຖ້າໃຜເຫັນບຸກຄົນໆນີ້ຂໍໃຫ້ທຸກໆຄົນລະວັງໃຫ້ດີເດີ້ ເພາະເປັນຄົນອັນຕະລາຍຕໍ່ບ້ານເມືອງບໍ່ຮູ້ວ່າເປັນຕຳຫລວດແທ້ຫລືວ່າປອມແປງມາ (ແຕ່ເພິ່ນສວມໃສ່ຊຸດຄ້າຍຄືຕຳຫຼວດ) ເລື່ອງມີຢູ່ວ່າໃນເວລາ 7 :15 ນາທີ ຂອງວັນ ອາທິດ ທີ 28 /8/2022 ບຸກດັ່ງກ່າວໄດ້ຍ່າງເຂົ້າມາທີ່ເຮືອນຂອງຂ້ອຍ ເບື້ອງຕົ້ນລາວຍົກມືນົບສະບາຍດີ ນຳແມ່ ເຖົ້າຂ້ອຍທີ່ກຳລັງປັດໃບໄມ້ຢູ່ຫນ້າເຮືອນແລ້ວເວົ້າ” ສະບາຍດີ ຂ້ອຍເປັນເຈົ້າຫນ້າທີ່ຕຳຫລວດ ເພິ່ນໃຫ້ຂ້ອຍມາເອົາລົດ( ລົດໃຫຍ່ )ໃຫ້ໄປເອົາກຸນແຈມາໃຫ້ແນ່ ແມ່ເຖົ້າຕອບວ່າ ເພິ່ນຍັງບໍ່ລົງມາແຕ່ເທິງເຮືອນ ແຕ່ລາວກະຍັງຈັ້ນຈໍ້ໃຫ້ໄປເອົາມາໃຫ້.

ແມ່ເຖົ້າເລີຍບອກໃຫ້ລາວໂທເວົ້ານຳເພິ່ນເອງເຈົ້າມີເບີໂທຣເພິ່ນບໍ ລາວບໍ່ຕອບ ພ້ອມທັງຍ່າງໄປດຶງປະຕູລົດໃຫຍ່ແລ້ວຍ່າງມາຈຶ້ງຕາໃສ່ແມ່ເຖົ້າ ແມ່ເຖ້າກໍ່ເລິຍຄິດວ່າມັນບໍ່ແມ່ນຄົນດີແລ້ວ ລາວເລີຍຍ່າງເຂົ້າປະຕູຂ້າງເຮືອນແລ້ວໃສ່ກອນມັນຍັງຍ່າງມານຳແລ້ວດຶງປະຕູແລະຍ່າງຂ້າມທາງໄປມາພ້ອມທັງໄປດຶງປະຕູລົດແລ້ວກັບມາດຶງປະຕູຂ້າງເຮືອນມັນຢາກຮ້າຍຢູ່ຫັ້ນປະມານເກືອບເຄິ່ງຊົ່ວໂມງແລ້ວຍ່າງຂ້າມໄປອີກຟາກທາງກົງກັນຂ້າມກັບເຮືອນຂ້ອຍ ຖ້າແມ່ເຖົ້າບໍ່ມີສະຕິແມ່ນລົດຂອງຂ້ອຍມັນຕ້ອງໄດ້ໄປແນ່ນອນຈຶ່ງຝາກເຕືອນທຸກຄົນຖ້າພົບພໍ້ກັບເຫດການແນວນີ້ຕ້ອງມີສະຕິໃຫ້ດີ.

ເຫດການນີ້ເກີດຂຶ້ນຢູ່ບ້ານສຸນັນທາ ນະຄອນໄກສອນພົມວີຫານ ແຂວງສະຫວັນນະເຂດ

Leave a Reply

Your email address will not be published. Required fields are marked *