ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ C ນັດທີ 3 ຄືນວັນທີ 4 ຕຸລາຜ່ານມາ, ເສືອໃຕ້ ບາເຢິນ ມິວນິກ ເປີດບ້ານຖະຫລົ່ມ ວິກຕໍເຣຍ ພິວເຊັນ ຈາກສາທາລະນະລັດເຊັກ 5-0 ເລຣອຍ ຊາເນ່ ຍິງສອງປະຕູ, ແຊັກ ຫງ່າບຣີ້, ຊາດີໂອ ມາເນ່ ແລະ ຊູໂປ ໂມຕິ້ງ ຜູ້ລະປະຕູ.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ທັບງູໃຫຍ່ ອິນເຕີ ມິລານ ເປີດບ້ານເອົາຊະນະ ບາຣເຊໂລນ້າ ແບບຫວຸດວິດ 2-0 ຈາກປະຕູໄຊຂອງ ຮາຄານ ຄາວຮາໂນກູ ໄລຍະຕໍ່ເວລາບາດເຈັບຕັ້ງທີໜຶ່ງ ນາທີ 45+2′ ນັດນີ້ ເຖິງວ່າ ບາຣຊ້າ ຄອງບານຫລາຍກວ່າ 70% ແຕ່ເຈາະປະຕູ ອິນເຕີ ບໍ່ໄດ້.
ຕາຕະລາງຄະແນນຂະນະນີ້ ຜ່ານໄປ 3 ນັດ ບາເຢິນ ເປັນທີມນຳ ຊະນະ 3 ນັດລວດ, ອິນເຕີ ມີ 6 ຄະແນນ, ບາຣຊ້າ 3 ຄະແນນ ແລະ ພິວເຊັນ ຍັງບໍ່ມີຄະແນນ. ນັດທີ 4 ຂອງກຸ່ມ ຈະກັບມາແຂ່ງຂັນວັນທີ 12 ຕຸລານີ້.
Photo: UEFA Champions League