ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ A ນັດທີ 3 ຄືນວັນທີ 4 ຕຸລາຜ່ານມາ, ຫົງແດງ ລີເວີພູລ ເປີດສະໜາມແອນຟິວ ໄລ່ຕ້ອນເອົາຊະນະ ແຣນເຈີ ຈາກສະກັອດແລນ 2-0 ຈາກປະຕູຂອງ ເທັນ ອາເລັກຊານເດີ ອາຣໂນ ຍິງຟຣີຄິກ ສຸດງາມ ນາທີ 7′ ແລະ ໂມຮາເໝັດ ຊາລ້າ ສັງຫານຈຸດໂທດນາທີ 53′, ຂະນະທີ່ ນາໂປລີ ຟອມດີຕໍ່ເນື່ອງ ບຸກແຊງຖະຫລົ່ມ ອາແຈັກ 6-1.
ຕາຕະລາງຄະແນນຂະນະນີ້ ຜ່ານໄປ 3 ນັດ ນາໂປລີ ເປັນທີມນຳ ຊະນະ 3 ນັດລວດ, ລີເວີພູລ ມີ 6 ຄະແນນ, ອາແຈັກ 3 ຄະແນນ ແລະ ແຣນເຈີ ຍັງບໍ່ມີຄະແນນ. ນັດທີ 4 ຂອງກຸ່ມ ຈະກັບມາແຂ່ງຂັນວັນທີ 12 ຕຸລານີ້.
Photo: UEFA Champions League