• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

16:00 ໂມງໃນບ້ານເຮົາ ຮ່ວມລຸ້ນເບິ່ງຖ່າຍທອດສົດພ້ອມກັນ ຢູ17 ລາວ ຮັບມືຍັກໃຫຍ່ອາຊີ ອີຣານ

ພາຍຫຼັງ ທີມຊາດລາວ ຢູ 17 ລົງຊ້ອມໃນວັນທີ 1, 2, 3 ແລະ 4 ຕຸລາ 2022 ກໍໄດ້ລົງຊ້ອມ ທ່າມກາງບັນຍາກາດລົມໜາວ ທີ່ສະໜາມ Sport city ແຫ່ງເມືອງ Bishkek ປະເທດ ກຽກກີດສະຖານແລະ ແນ່ນອນແລງມື້ນີ້ວັນທີ 5 ຕຸລາ 2022 ກໍເຖິງເວລາທີ່ຈະລົງແຂ່ງຂັນພົບກັບ ອີຣານ ໃນເວລາ 15:00 ໂມງ ( ກົງກັບເວລາໃນບ້ານເຮົາ 16:00 ໂມງ ໃນການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ສະໜາມ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ ໂດຍຈະມີການຖ່າຍທອດຜ່ານຢູທູບຕາມລີ້ງ:

ຕ້ອງຕິດຕາມເບິ່ງວ່າ ຢູ 17 ລາວ ຈະຈົບແບບໃດເມື່ອຕ້ອງພົບກັບຄູ່ແຂ່ງທີ່ແຂງແກ່ນກວ່າ, ສ່ວນສະຖິຕິໃນລາຍການນີ້ຂອງແຕ່ລະທີມເບິ່ງໄດ້ທີ່ວີດີໂອລຸ່ມນີ້

ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ ມີດັ່ງນີ້:

– ວັນທີ 5 ຕຸລາ 2022 ເວລາ 15:00 ໂມງ ອີຣານ ພົບ ລາວ
– ວັນທີ 7 ຕຸລາ 2022 ເວລາ 15:00 ໂມງ ລາວ ພົບ ຮົງກົງ
– ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ ກຽກກິດສະຖານ ພົບ ລາວ

Leave a Reply

Your email address will not be published. Required fields are marked *