• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ລາຄານ້ຳມັນປັບຂຶ້ນ 3% ຫຼັງ ໂອເປັກ ກຽມປັບຫຼຸດກຳລັງການຜະລິດລົງ

ສຳນັກຂ່າວຣອຍເຕີລາຍງານໃນວັນທີ 3 ຕຸລາ 2022 ວ່າ: ລາຄານ້ຳມັນດິບທີ່ຊື້ – ຂາຍໃນຕະຫຼາດອາຊີ ໃນວັນທີ 3 ຕຸລາ 2022 ປັບຂຶ້ນກວ່າ 3% ຫຼັງຈາກທີ່ມີຂ່າວວ່າ ກຸ່ມຜູ້ຜະລິດ ແລະ ສົ່ງອອກນ້ຳມັນ       ( ໂອເປັກ ) ແລະ ຊາດພັນທະມິດ ( ໂອເປັກ ພລັສ ) ກຽມພິຈາລະນາປັບຫຼຸດກຳລັງການຜະລິດລົງ.

ລາຄານ້ຳມັນດິບ ເວສເທັກຊັສ ( WTI ) ປັບຂຶ້ນ 3,3% ຢູ່ທີ່ 82,12 ໂດລາສະຫະລັດຕໍ່ບາເຣວ ແລະ ນ້ຳມັນດິບເບຣນ ປັບຂຶ້ນ 3,3% ຢູ່ທີ່ 87,94 ໂດລາສະຫະລັດຕໍ່ບາເຣວ. ທັງນີ້, ກຸ່ມໂອເປັກ ແລະ ໂອເປັກພລັສ ຈະຈັດກອງປະຊຸມໃນກາງເດືອນຕຸລານີ້ ທີ່ປະເທດໂອຕຣິດ ເຊິ່ງຄາດວ່າຈະປຶກສາຫາລືເພື່ອຫຼຸດກຳລັງການຜະລິດລົງ 1 ລ້ານບາເຣວຕໍ່ວັນ.

Leave a Reply

Your email address will not be published. Required fields are marked *