ພິທີເຊັນສັນຍາສໍາປະທານ ໂຄງການປູກແນວພັນໝາກອະໂວກາໂດ້ ແລະ ມັກຄາເດເມຍ ໃນເນື້ອທີ່ ຈຳນວນ 150 ເຮັກຕາ ຢູ່ເຂດບ້ານໜອງແລະ ເມືອງປາກຊ່ອງ ແຂວງຈໍາປາສັກ ລະຫວ່າງ ອົງການປົກຄອງແຂວງຈໍາປາສັກ ກັບ ບໍລິສັດ ເອັມດີເອ (ລາວ) ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 3 ຕຸລາ ນີ້ ທີ່ພະແນກແຜນການ ແລະ ການລົງທຶນແຂວງ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ. ຕາງໜ້າໃຫ້ອົງການປົກຄອງແຂວງ ແມ່ນ ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ບໍລິສັດ ເອັມດີເອ (ລາວ) ຈໍາກັດໂດຍ ແມ່ນ ທ່ານ ອິນ ຊູ ຊອງ (Mr. IN SOO SONG) ປະທານ ບໍລິສັດ ເອັມດີເອ (ລາວ) ຈຳກັດ. ຕາງໜ້າເມືອງປາກຊ່ອງ, ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ສັນຍານີ້ ສ້າງຂຶ້ນເພື່ອກຳນົດລະບຽບ, ຫຼັກການ, ມາດຕະການ, ພັນທະ ແລະ ຄວາມຮັບຜິດຊອບຂອງ ສອງຝ່າຍ ເພື່ອເຮັດໃຫ້ໂຄງການໄດ້ດຳເນີນໄປຢ່າງມີປະສິດທິພາບບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ໂດຍມີເປົ້າໝາຍເພື່ອການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດຜົນປະໂຫຍດ ແລະຮັບປະກັນຄວາມຍືນຍົງ ເພື່ອການຜະລິດເປັນສິນຄ້າ, ສ້າງວຽກເຮັດງານທຳໃຫ້ປະຊາຊົນມີລາຍຮັບ ແລະ ແກ້ຄວາມທຸກຍາກເທື່ອລະກ້າວ. ສຳລັບການລົງທຶນທັງໝົດ ຝ່າຍ ບໍລິສັດ ເອັມດີເອ (ລາວ) ຈໍາກັດ ຕ້ອງລົງທຶນທັງໝົດຕາມຕົ້ນທຶນໂຄງການທີ່ມີມູນຄ່າ ຢ່າງໜ້ອຍ 7 ລ້ານໂດລາ. ທຶນຈົດທະບຽນ ມູນຄ່າ 2,1 ລ້ານໂດລາ ໃນໄລຍະເວລາສຳປະທານ ດ້ວຍເນື້ອທີ່ອະນຸຍາດປູກແນວພັນໝາກອະໂວກາໂດ້ ແລະ ມັກຄາເດເມຍ ທັງໝົດ ຈໍານວນ 150 ເຮັກຕາ, ອາຍຸສັນຍາ 15 ປີ.
ສ່ວນດ້ານແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງໃຫ້ບຸລິມະສິດແຮງງານທີ່ເປັນຄົນລາວ, ເຈົ້າຂອງທີ່ດິນ ແລະ ຄົນທ້ອງຖິ່ນໃນເຂດໂຄງການເຂົ້າເຮັດວຽກ, ດ້ວຍການຝຶກອົບຮົມ ຍົກລະດັບສີມືແຮງງານ ແລະ ຕ້ອງໄດ້ຮັບການປະກັນສັງຄົມ ກໍລະນີພະນັກງານຖືກຜົນກະທົບຈາກໂຄງການ ຕາມກົດໝາຍວ່າດ້ວຍແຮງງານຂອງ ສປປ ລາວ ແລະ ການປົກປັກຮັກສາ ແລະ ຄຸ້ມຄອງສິ່ງແວດລ້ອມ ບໍລິສັດ ເອັມດີເອ (ລາວ) ຈໍາກັດ ຕ້ອງປະເມີນຜົນກະທົບດ້ານສິ່ງແວດລ້ອມເປັນແຕ່ລະໄລຍະ. ພ້ອມກັນນັ້ນ ເນື້ອໃນສັນຍາຍັງໄດ້ລະບຸສິດ ໜ້າທີ່ ແລະ ພັນທະ ຂອງແຕ່ລະຢ່າຍ ແລະ ການຮ່ວມມືຂອງສອງຝ່າຍ ຕ້ອງໄດ້ໃຊ້ຄວາມພະຍາຍາມຢ່າງສຸດຂີດຕໍ່ການປະຕິບັດເນື້ອໃນຂອງສັນຍາດັ່ງກ່າວ ເພື່ອໃຫ້ວຽກງານ ທັງໝົດໄດ້ດໍາເນີນໄປດ້ວຍປະສິດທິຜົນ ແລະ ໄດ້ຮັບຜົນປະໂຫຍດສູງ.
ຂ່າວ-ພາບ: ທັດຊະນະ