ຂໍສະແດງຄວາມຍິນດີກັບ ນ້ອງ ຈັນນາລີ ຈັນທະປັນຍາ ທີ່ຄວ້າ ໃບປະກາດແດງ ພຽງຄົນດຽວ ຢູ່ໃນພາກວິຊາບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ 2022.
ຈັນນາລີ ກ່າວຕໍ່ໜັງສືພິມວຽງຈັນໃຫມ່ວ່າ ຕົນເອງມີຄວາມຝັນ ຢາກເຮັດ
ວຽກຢູ່ອົງການລັດ ຫຼື ເອກະຊົນ ບ່ອນທີ່ດີດີ ແລະ ຢາກມີທຸລະກິດ ເປັນຂອງຕົນເອງ ໃນອະນາຄົດ ຈຶ່ງເລືອກຮຽນ ສາຍວິຊານີ້ ແລະ ຈະນໍາເອົາຄວາມຮູ້ທີ່ຮຽນມາ ໄປສືບຕໍ່ສານຝັນຂອງຕົນເອງ ໃຫ້ເປັນຈິງ ຄືກັບລຸ້ນອ້າຍເອື້ອຍ ທີ່ຈົບໄປກ່ອນໜ້າ.
ໂດຍ Ly Channaly ໂພສວ່າ ດອກໄມ້ຈະເບັ່ງບານ ແລະ ງົດງາມທີ່ສຸດໃນລະດູຂອງມັນ
ຮູບ EP1: ສຳລັບຄອບຄົວ
ຂໍຂອບໃຈພໍ່ແມ່ນອ້າຍເອື້ອຍນ້ອງທຸກທ່ານທີ່ມາສະແດງຄວາມຍິນດີນຳ 4 ປີ ທີ່ລໍຄອຍ ແລະ ລີ້ກ້າເວົ້າໄດ້ເລີຍວ່າລີ້ຕັ້ງໃຈໃນທຸກໆມື້ທີ່ຮຽນ ຈົນມື້ນີ້ສຳເລັດການສຶກສາ ດ້ວຍກຽດນິຍົມ ຫຼື ໃບປະກາດແດງ ພຽງຜູ້ດຽວໃນພາກວິຊາບໍລິຫານທຸລະກິດ
ເຊິ່ງຖ້າລີ້ຢືນຢູ່ຄົນດຽວລີ້ຈະບໍ່ມາຮອດຈຸດນີ້ເລີຍ ຂອບໃຈຜູ້ທີ່ຢູ່ເບື້ອງຫຼັງບໍ່ວ່າລີ້ຈະທໍ້ ຫຼື ເມື່ອຍຊ່ຳໃດຖ້າເຫັນໜ້າ ທ່ານ ພໍ່ Sone Phetthasone Chanthapanya ແລະ ທ່ານ ແມ່ P’pmn Seangdao ລີ້ບໍ່ເຄີຍຄິດຈະຖອຍ ພໍ່ແມ່ຄືຄົນທີ່ຄອຍຊັບພອດຢ່າງຍິ່ງໃຫຍ່ ຈົນບໍ່ມີໃຜມາແທນທີ່ໜ້າທີ່ ທີ່ເພິ່ນເຮັດໃຫ້ໄດ້ ມື້ນີ້ເປັນມື້ດຽວທີ່ລີ້ດີໃຈຈົນເວົ້າບໍ່ອອກທັ້ງທີ່ຕົນເອງເວົ້າບໍ່ຢຸດ 555 ສຸດທ້າຍນີ້ລີ້ຂໍຝາກຄວາມສຳເລັດນີ້ເປັນສິ່ງເຕືອນໃຈໄວ້ຕະຫຼອດກາລະນານ
ແລະ ຕິດຕາມ Ep2 ສຳລັບຄູ ເພາະມັນຕ້ອງມີເພາະນອກຈາກພໍ່ແມ່ແລ້ວຍັງມີຄູບາອາຈານທີ່ຄອຍອົບຮົມເປັນແສງສະຫວ່າງຕະຫຼອດ 4 ປີ
23.09.2022 ມື້ຮັບໃບປະກາດ ທີ່ຄະເສດຖະສາດ ແລະ ບໍລິຫານທຸລະກິດ, ຈາກພາກວິຊາບໍລິຫານທຸລະກິດ, ນັກຮຽນໃບປະກາດແດງຄົນດຽວໃນພາກ ນາງ ຈັນນາລີ ຈັນທະປັນຍາ BM4.1
Make up Davanh Make Up ເອື້ອຍຮັກ
ນ້ອງຮັກ Jippo Somchanmavong